ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ ເລັ່ງລົງທຶນດ້ານພະລັງງານ ດ້ວຍເງິນຈໍານວນຫຼາຍ

     ສຳນັກຂ່າວສານຊິນຮວາລາຍງານ ເມື່ອວັນທີ 10 ກຸມພາ 2024 ນີ້ວ່າ: ທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ ໄດ້
ກ່າວວ່າ ອິນເດຍ ຈະມີການລົງ ທຶນໃນດ້ານພະລັງງານຕະຫຼອດໄລຍະເວລາ 5-6 ປີຕໍ່ໜ້າ ທີ່ກວມເອົາມູນຄ່າເງິນລົງທຶນສູງເຖິງ 6,7 ໝຶ່ນ
ລ້ານໂດລາສະຫະລັດ.

     ຖະແຫຼງການດັ່ງກ່າວຂອງ ທ່ານ ນາຍົກອິນເດຍ ໄດ້ມີຂຶ້ນໃນຂະນະທີ່ທ່ານເຂົ້າຮ່ວມ ພິທີເປີດສັບປະດາພະລັງງານຂອງອິນເດຍ ຄັ້ງ
ທີ 2 ໃນລັດກົວ ເມື່ອບໍ່ດົນມານີ້. ລາຍງານໄດ້ໃຫ້ຮູ້ວ່າ: ການຜະລິດແກັສພາຍໃນປະເທດ ຂອງ ອິນເດຍ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກ
ການປະຕິຮູບຂອງລັດຖະບານ ແລະ ລັດຖະບານອິນເດຍ ພະຍາຍາມເພີ່ມອັດຕາສ່ວນຂອງ ແກັສ ໃນສ່ວນປະສົມທາງພະລັງງານເບື້ອງ
ຕົ້ນຈາກ 6% ເປັນ 15% ເຊິ່ງຈະນໍາໄປສູ່ການລົງ ທຶນທີ່ມີມູນຄ່າສູງເຖິງ 6,7 ໝື່ນລ້ານໂດລາສະຫະລັດ ພາຍໃນໄລຍະ 5-6 ປີຕໍ່ໜ້າ.

     ທ່ານ ນະເຣນທຣາ ໂມດີ ຍັງໄດ້ເນັ້ນໜັກເຖິງຄວາມກ້າວ ໜ້າຂອງອິນເດຍ ໃນຂະແໜງເຊື້ອໄຟຊີວະພາບ, ໃນການຜະ ລິດເອຕາ
ນອນ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 1,5% ໃນປີ 2014 ເປັນ 12% ໃນປີ 2023, ເຊິ່ງນໍາໄປສູ່ການປ່ອຍກາກບອນປະມານ 42 ລ້ານ
ໂຕນ, ໂດຍລັດຖະບານໄດ້ຕັ້ງເປົ້າໝາຍໃນການຜະລິດເອຕານອນ ໃນນໍ້າມັນເຊື້ອ ໄຟໃຫ້ຢູ່ໃນລະດັບ 20% ພາຍໃນປີ 2025.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/02/2024